Wednesday, January 20, 2010

ການແຜງຄຳໃນພາສາຂະແມ ແລະລາວ ការកម្លាយពាក្យនៅក្នុងភាសាខ្មែរ និងភាសាឡាវ

                   ການແຜງຄຳໃນພາສາຂະແມ ແລະລາວ
             ການແຜງຄໍາເປັນວິທີໜຶ່ງທີ່ມີຄວາມສໍາຄັນໃນໄວຍາກອນຂະແມ ແລະໄວຍາກອນລາວ ໂດຍສະເພາະໃນວິທີສ້າງສັບໃໝ່ ເພາະວ່າການແຜງຄຳພາໃຫ້ເກີດມີຄຳເວົ້າພຽງພໍຕາມຄວາມຕ້ອງການຂອງພາສາຂະແມ ແລະພາສາລາວ, ມັນໄດ້ສະແດງເຖິງຫົວຄິດປະດິດສ້າງຂອງຄົນກໍາປູເຈຍ ແລະລາວ ເພາະມັນແມ່ນຄຳມູນມັງສ່ອງແສງເຖິງແນວຄວາມຄິດປະດິດສ້າງຂອງມະຫາຊົນທີ່ໃຊ້ເຄື່ອງມືສື່ສານ
ທີ່ບໍ່ພຽງພໍກັບຄວາມຕ້ອງການແລ້ວກໍສະແຫວງຫາສັບໃໝ່, ດ້ວຍວິທີການທີ່ບໍ່ແມ່ນເອົາຄຳຫຼາຍຄຳມາປະສົມກັນເປັນຄຳໜຶ່ງເຊັ່ນ ໂຮງ + ຮຽນ = ໂຮງຮຽນ ຫຼືບໍ່ແມ່ນຫຍໍ້ມາຈາກຫຼາຍຄໍາເປັນຄຳໜຶ່ງດັ່ງຕົວຢ່າງ ການສົນທິ(ຄຳເຄົ້າ) ຍຸດໂທບາຍ ເຊິ່ງຫຍໍ້ມາຈາກ ຍຸດທະ + ອຸບາຍ ຫຼືດ້ວຍວິທີອື່ນໆເຊັ່ນ ໃຊ້ຄຳນຳໜ້າ(ຄຳອຸປະສັກ) ຫຼືນຳຫຼັງ(ຄຳປັດໄຈ) ຫຼືແປງສະຫຼະ ແລະພະຍັນຊະນະເຊັ່ນ ໂທສະ ເປັນໂທດ, ກະວິ ເປັນກະວີ ເປັນຕົ້ນ. ແຕ່ມັນແມ່ນການເອົາຄຳຮາກ(ຄຳເດີມ) ຄຳໜຶ່ງທີ່ມີພະຍາງໜ້ອຍໃຫ້ເປັນຄຳໃໝ່ໂດຍຮັກສາຈຳນວນພະຍາງຄືເກົ່າ ຫຼືເພີ່ມຈຳນວນພະຍາງ ແລະມີຄວາມໝາຍຄືເກົ່າ, ແຜກພ້ຽນໄປ ຫຼືຕ່າງເກົ່າ.
         ລຸ່ມນີ້ເປັນເນື້ອໃນຂອງບົດຄົ້ນຄວ້າ:

No comments: