Monday, January 4, 2010

ມີຫຍັງໃໝ່ສຳລັບມື້ນີ້ Lao Windows

​ ມື້ນີ້ຂ້າພະເຈົ້າພາກພູມໃຈທີ່ສຸດທີ່ມີສ່ວນໃນການປົກປະຮັກສາພາສາລາວ​ ແລະນຳໃຊ້ພາສາລາວ!​
ມັນເປັນອີກປະເດັ່ນໜຶ່ງທີ່ໜ້າສົນໃຈທີ່ສຸດທີ່ຂ້າພະເຈົ້າໄດ້ນຳເອົາພາສາລາວມາແປງ
ພາສາຂອງ PC ຕົນເອງໃຫ້ການ ນຳໃຊ້ຂອງມັນທັງໝົດເປັນພາສາລາວ ຫຼັງຈາກຈົບພາສາລາວມາແຕ່ມະຫາວິທະຍາໄລແຫ່ງຊາດລາວມາ ຂ້າພະເຈົ້າບໍ່ມີໂອກາດ
ໄດ້ໃຊ້ພາສາລາວຈັກຄຳ ຫາກໍມື້ນີ້ໄດ້ໃຊ້​ ແລະໄດ້ນຳເອົາເຕັກໂນໂລຊີນີ້ມາໄຊ້ດ້ວຍ
ໃນລະບົບວີນໂດ ວີສະຕາ ເຮົາສາມາດປ່ຽນຈາກອັງກິດມາເປັນພາສາລາວຢ່າງງາຍ
ດ່າຍທີ່ສຸດ ເຊີ່ງຄັ້ງກ່ອນຍັງຄິດບໍ່ເຖິງ! ຕອນທຳອິດຄິດວ່າ ບໍ່ມີໂອກາດນຳໃຊ້ແລ້ວ ເພາະຫຼັງຈາກຮຽນຈົບມາ ໃຊ້ພາສາໄທທັງໝົດນຳວຽກວານບ້ານເມືອງ ແຕ່ດຽວນີ້ຄວາມຄາດຫວັງເຫຼົ່ານັ້ນກັບມາແລ້ວ
ຄືໄດ້ໃຊ້ພາສາລາວເປັນປະຈຳ ເນືອງຈາກວ່າ​ຈົບມາບໍ່ມີໝູ່ຄົນລາວກັບມາຢູ່ນຳຄືຜູ້ອື່ນກໍຕາມ ແຕ່ກໍຍັງມີພາສາລາວໃນລະບົບຂອງຄອມພິວເຕີຢູ່
ສ່ວນວີນໂດເປັນພາສາຂະແມກໍມີແຕ່ຂ້າພະເຈົ້າຫຍັງບໍ່ທັນໃຊ້
ເທື່ອເພາະຢ້ານສືມພາສາລາວນຳມາໃຊ້ກ່ອນ
ລຸ່ມນີ້ເປັນຕົວຢ່າງໃນການນຳໃຊ້ພາສາລາວໃນລະບົບວີຫະຕາ:






No comments: